ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ສະຫຼຸບວຽກງານກວດກາ
ປະຈຳ ປີ 2022


ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ​ເປັນ​ປະທານ

    ໃນ ວັນ ທີ 3 ສິງຫາ 2023 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນ ປະເທດ ໄດ້ສະຫຼຸບວຽກງານກວດກາປະ
ຈຳປີ 2022 ແລະ ທິດທາງແຜນການ ປີ 2023, ໂດຍການເປັນ ປະທານ ຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ, ມີຄະນະຫ້ອງ, ພະແນກການ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ, ປະທານກວດ
ກາພັກ-ລັດ ກົມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ກວດກາໃນໄລຍະ 1 ປີ ຜ່ານມາຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ໃນການຄົ້ນຄວ້າ
ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນ ປະເທດ, ມະຕິກອງປະ
ຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເວົ້າລວມ, ເວົ້າສະເພາະກໍຄືວຽກງານກວດກາກອງທັບ
ຄັ້ງທີ VI ​ເຊິ່ງ​ໄດ້ຈັດຕັ້ງຜັນຂະຫຍາຍເປັນນິຕິກຳ ອັນລະອຽດ ເຊັ່ນ: ຂໍ້ກຳນົດຂອງຂະແໜງກວດກາ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ວ່າດ້ວຍ ການຈັດຕັ້ງພາລະບົດບາດ ແລະ ການເຄື່ອນໄຫວຂອງຂະແໜງ ຂອງກວດກາ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ຈັດຕັ້ງເຜີຍ
ແຜ່ນິຕິກຳກ່ຽວກັບວຽກງານກວດກາ ຄັ້ງນີ້ ມີບັນດາເອກະສານເຜີຍແຜ່ຄື: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຂໍ້ກຳນົດ ພາລະບົດບາດ
ສິດ ແລະ ໜ້າທີ່ຂອງຂະແໜງກວດກາ, ດຳລັດຂອງ ລັດຖະບານ, ບົດແນະນຳຂອງອົງການກວດກາ ລັດຖະບານ, ບົດແນະນຳ ຂອງກະຊວງປ້ອງກັນ
ປະເທດ ກໍຄື ກົມກວດກາ ກ່ຽວກັບການແຈ້ງຊັບ ສິນ-ລາຍ ຮັບຂອງນາຍທະທານ.

     ພ້ອມດຽວກັນນີ້, ຍັງໄດ້ເອົາໃຈໃສ່ປະຕິບັດຕາມການຊີ້ນຳຂອງຄະນະພັກ-ຄະນະບັນຊາ ໃນການຕິດຕາມກວດກາການປະຕິບັດໜ້າທີ່ຂອງ ຄະນະ
ພັກແຕ່ລະຂັ້ນ ແລະ ສະມາຊິກພັກ ເປັນຕົ້ນແມ່ນການກວດກາແບບແຜນ ວິທີນຳພາຂອງຄະນະພັກ, ການປະຕິບັດແນວທາງນະໂຍບາຍຂອງພັກ,
ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ການສົ່ງເງິນສະຕິພັກໃຫ້ຂັ້ນເທິງ, ການນຳໃຊ້ເງິນສະຕິພັກ ຕິດຕາມການດຳ
ເນີນ ກອງປະຊຸມໃຫຍ່ຂອງ ຄະນະໜ່ວຍພັກແຕ່ລະໜ່ວຍ ໃຫ້ຖືກຕ້ອງຕາມລະບຽບຂອງພັກວາງອອກ, ປັດຈຸບັນ, ກົມວິທະຍາສາດ-ປະຫວັດສາດ
ການທະຫານ ປະກອບ ມີ 8 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 179 ສະຫາຍ; ສະມາຊິກພັກສຳຮອງ 7 ສະຫາຍ,
ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 4 ສະໄໝ ມີ 8 ໜ່ວຍພັກ, ສະເໝີໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສະໄໝທີ 5 ມີ 8 ໜ່ວຍ.

ແຫຼ່ງທີ່ມາ ວົງວິໄລ
ວັນທີ 10/08/2023